ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະພັກຮາກຖານສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບ ກອງທັບ
ດໍາເນີນກອງປະຊຸມໃຫຍ່ຄັ້ງທີ IX ຂອງຕົນ


ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ​ເປັນ​ປະທານ

    ກອງປະຊຸມໃຫຍ່ຄັ້ງທີ IX ຂອງຄະນະພັກຮາກຖານສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ໄດ້ໄຂຂຶ້ນ ແລະ ສໍາ
ເລັດລົງໃນ ວັນທີ 16 ສິງຫາ 2023 ນີ້ ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ກໍາມະການ
ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີແຂກຖືກເຊີນທີ່ກ່ຽວຂ້ອງຈາກຫ້ອງການເມຶອງ, ຈາກກົມ
ເສນາຮັກກົມໃຫຍ່ພະລາທິການກອງທັບ, ບັນດາສະຫາຍໃນຄະນະພັກ, ຕະຫຼອດຮອດບັນດາຜູ້ແທນສະມາຊິກພັກສົມບູນສົມບູນ ເຂົ້າຮ່ວມ.

     ສະຫາຍ ພັນເອກ ສີສຸກ ສີຈັນທອນ ເລຂາຄະນະພັກຮາກຖານ, ຫົວໜ້າການເມືອງສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບ
ກອງທັບ ໄດ້ຂຶ້ນຜ່ານບົດລາຍງານການເມຶອງທັງສອງພາກ ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດ ຂອງການນໍາພາປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງ
ທີ VIII ຄະນະພັກຮາກຖານໃນໄລຍະ 5 ປີ ຜ່ານມາ (2018-2023), ຄະນະພັກໄດ້ຖືສໍາຄັນດ້ານການສຶກສາອົບຮົມການເມຶອງ-ແນວຄິດ ຍົກສູງ
ສະຕິຄວາມຮັບຜິດຊອບຂອງຕົນເຂົ້າໃນການຊີ້ນໍາໆພາກົມກອງເຮັດສໍາເລັດໜ້າທີ່ການເມຶອງທີ່ຕົນຮັບຜິດຊອບ, ປັບປຸງກໍ່ສ້າງພັກໃຫ້ໄດ້ຄຸນນະພາບ
ຕາມ 5 ຫຼັກການ 3 ທິດນໍາຂອງພັກວາງອອກ, ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຕະຫຼອດໄລຍະ 5 ປີຜ່ານມາ ໄດ້ຮັບຢັ້ງຢືນເປັນ
ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 4 ສະໄໝຕິດຕໍ່ກັນ ມີ 2 ໜ່ວຍພັກ, 3 ສະໄໝ ມີ 01 ໜ່ວຍພັກ, 2 ສະໄໝ ມີ 01 ໜ່ວຍພັກ ແລະ ຮັບ
ຮອງໃໝ່ 01 ໜ່ວຍພັກ, ເອົາໃຈໃສ່ບໍາລຸງ - ກໍ່ສ້າງພະນັກງານ 3 ລຸ້ນ ຕາມແຜນກໍານົດບົດບາດໜ້າທີ່ຂອງກົມກອງຕົນ ເປັນບ່ອນທົດສອບໃນໜ້າທີ
ວິຊາສະເພາະຕົວຈິງ. ເຮັດໃຫ້ພະນັກງານມີຄວາມຮູ້ຄວາມສາມາດ, ມີຄວາມສໍານິສໍານານ, ມີຈັນຍາບັນ, ມີສະຕິເຄົາລົບຕໍກົດລະບຽບຂອງພັກ, ກົດ
ໝາຍຂອງກອງທັບສູງຂຶ້ນ, ກອງປະຊຸມຄັ້ງປະຖົມມະລືກໄດ້ເລືອກເອົາ ສະຫາຍ ພັນເອກ ສີສຸກ ສີຈັນທອນ ເປັນເລຂາຄະນະພັກຮາກຖານ, ສະຫາຍ
ພັນເອກ ດຣ ພຶດສະພາ ສົນທິລາດ ເປັນຮອງເລຂາ, ສະຫາຍ ພັນໂທ ນາງ ຄໍາປຸ່ງ ໄຊທະລາສີ ເປັນປະທານກວດກາພັກ, ສະຫາຍ ພັນໂທ ດຣ ບຸນຄົງ
ພິມມະສອນ ເປັນກໍາມະການໂຄສະນາ, ສະຫາຍ ພັນໂທ ສຸລິຍາ ກຸມພົນພັກດີ ເປັນກໍາມະການຈັດຕັ້ງພັກ, ສະຫາຍ ພັນຕີ ດຣ ອານຸສອນ ກ້ຽງປະ
ຊາ ເປັນກໍາມະການພັກ ຊີ້ນໍາອົງການຈັດຕັ້ງມາຫາຊົນ ແລະ ສະຫາຍ ພັນໂທ ນາງ ແກ້ວມະນີວັນ ສຸກຂະເສີມ ເປັນກໍາມະການຄະນະພັກຮາກຖານ
ຮັບຜິດຊອບການຄັງ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ໄດ້ຍ້ອງຍໍຊົມເຊີຍ ແລະ ເໜັ້ນໜັກໃຫ້ຄະນະພັກຮາກຖານມີຄວາມໜັກແໜ້ນທາງດ້ານການ
ເມຶອງ-ແນວຄິດ, ຕິດພັນກັນການເຮັດໜ້າທີ່ວິຊາສະເພາະອະນາໄມກັນພະຍາດທີ່ກົມກອງຮັບຜິດຊອບ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍ
ໃນຄະນະພັກ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ປັບປຸງໜ້າທີ່ການເມຶອງ, ທັງກໍ່ສ້າງພະນັກງານລຸ້ນສືບທອດປ່ຽນ
ແທນໃຫ້ມີຄຸນະພາບ, ປັບປຸງກໍ່ສ້າງພັກໃຫ້ມີຄຸນນະພາບຕາມມາດຖານເງຶ່ອນໄຂຂອງພັກວາງອອກ, ດໍາເນີນຊີວິດການເມຶອງເພຶ່ອຕໍານິກໍ່ສ້າງເຊິ່ງກັນ ແລະ
ກັນໃຫ້ປົກກະຕິ ເພຶ່ອສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຕີຖອຍບັນດາປະກົດການຫຍໍ້ທໍ້ໃຫ້ໝົດໄປ, ພ້ອມກັນເຮັດສໍາເລັດໜ້າທີ່ການເມຶອງທີ່
ພັກ-ລັດ, ປະເທດຊາດ ແລະ ປະຊາຊົນໄດ້ມອບໝາຍໃຫ້.

ແຫຼ່ງທີ່ມາ ອ້ອຍພັນ ແພງບຸນມີ
ວັນທີ 18/08/2023